 |
ສາທາລະນະ/ສວ່ນເຈົ້າອະນຸວົງ ⧭ |
ປະເທດລາວ ຊື່ເຕັ້ມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເອີ້ນຫຍໍ້ວ່າ: ສປປ ລາວ ສ້າງຕັ້ງຂຶ້ນໃນປີ ຄສ 1975, ມີເນື້ອ ທີ່ທັງໝົດ 236.800 ກມ2 ມີຄວາມຍາວແຕ່ເໜືອຫາໃຕ້ 1.700 ກມ. ບ່ອນກວ້າງສຸດ ແຕ່ພາກ ຕາ ເວັນອອກ ຫາຕາເວັນຕົກ ປະມານ 400 ກມ, ແຕ່ແຂວງອຸດົມໄຊ ຫາແຂວງ ຫົວພັນ. ບ່ອນ ແຄບສຸດ ປະມານ 100 ກມ ຢູ່ແຂວງ ຄຳມ່ວນ. ພູມມີປະເທດ ທາງພາກເໜືອ ປົກຄຸມດ້ວຍພູຜາ ແລະ ປ່າໄມ້. ປະເທດລາວ ເປັນພູຜາ 2/3 ແລະ ມີລະດັບສູງຈາກນ້ຳທະເລ 200 ຫາ 3.000 ແມັດ. ປະເທດລາວ ມີເນື້ອທີ່ປ່າໄມ້ ນາໆ ຊະນິດ ປົກຫຸ້ມປະມານ 47% ອັນມີໄມ້ທີ່ມີຄຸນປະໂຫຍດ ເຊັ່ນ: ໄມ້ດູ່, ໄມ້ແຄນ, ໄມ້ແຕ້ຂ່າ, ໄມ້ໂລ່ງ ເລ່ງ, ໄມ້ສັກ, ໄມ້ເປືອຍ, ໄມ້ຍາງ, ໄມ້ແປກ ແລະ ອື່ນໆ. ສປປ ລາວ ມີພົນລະເມືອງປະມານ7,012,995/ຊາຍ 3,513,774/ຍິງ 3,499,221ຄົນ (ຕາມສະຖິຕິປີ 2017-2018), ຄວາມໜາແໜ້ນ ສະ ເລ່ຍ: 24 ຄົນ/ກມ2, ຈັດຢູ່ໃນປະ ເທດທີ່ ມີຄວາມໜາແໜ້ນ ຂອງ ພົນລະເມືອງຕ່ຳໃນອາຊີຕາ ເວັນ ອອກສ່ຽງໃຕ້. ປະຊາ ຊົນມີສາມຊົນຊາດໃຫຍ່ຄື: ຊົນເຜົ້າລາວລຸ່ມ, ຊົນເຜົ້າກຶມມຸ ແລະ ຊົນເຜົ້າລາວສູງ. ໃນນີ້ມີຊົນເຜົ່ານ້ອຍຕ່າງໆ ປະມານ 49 ຊົນເຜົ່າ, ຊຶ່ງແຕ່ລະເຜົ່າມີພາສາປາກເວົ້າ ແຕກ ຕ່າງກັນ. ເມືອງຫລວງ ຂອງ ສປປ ລາວ ແມ່ນ ນະຄອນຫລວງວຽງຈັນ. ປະເທດລາວ ຕັ້ງຢູ່ໃນເຂດອາຊີຕາເວັນອອກສ່ຽງໃຕ້, ບໍ່ມີຊາຍແດນຕິດກັບທະເລ ແລະ ມີຊາຍແດນ ຕິດກັບປະເທດຕ່າງໆ ດັ່ງນີ້: - ພາກເໜືອ ຕິດກັບ ສາທາລະນະລັດ ປະຊາຊົນຈີນ, ມີຊາຍແດນຮ່ວມກັນ 505 ກມ. - ພາກໃຕ້ ຕິດກັບ ລາຊະອານາຈັກ ກຳປູເຈຍ, ມີຊາຍແດນຮ່ວມກັນ 535 ກມ. - ພາກຕາເວັນອອກ ຕິດກັບ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ມີຊາຍແດນ ຮ່ວມ ກັນ 206
9 ກມ. - ພາກຕາເວັນຕົກສ່ຽງເໜືອ ຕິດກັບ ສະຫະພາບມຽນມາ, ມີຊາຍແດນຮ່ວມກັນ 236 ກມ. - ພາກຕາເວັນຕົກ ຕິດກັບ ລາຊະອານາຈັກໄທ, ມີຊາຍແດນຮ່ວມກັນ 1.835 ກມ. ປະເທດລາວ ຈັດຢູ່ໃນປະເທດທີ່ມີພູມອາກາດອົບອຸ່ນ, ມີສອງລະດູຄື: ລະດູແລ້ງ ແລະ ລະ ດູ ຝົນ. ອຸ່ນຫະພູມສະເລ່ຍແມ່ນ 25 ອົງສາເຊ.
ແມ່ນ້ຳຂອງ ເປັນແມ່ນ້ຳໃຫຍ່ອັນດັບໜຶ່ງ ໃນແຫລມອິນດູຈີນ ແລະ ທີ່ສາມໃນອາຊີ, ຍາວ 4.160 ກມ, ຖືກກຳເນີດຈາກຈອມພູ ຕັນລາ ທງ ພາກ ຕາເວັນຕົກສ່ຽງໃຕ້ ຂອງ ສປ ຈີນ. ນ້ຳຂອງ ໄຫລຜ່ານເຂດ ເສ ສວນ ພູ ພຽງ ຢຸນນານ ແລະ ເມືອງ ຊຽງຮຸ່ງ ຂອງ ສປ ຈີນ ແລ້ວຈິ່ງໄຫລເຂົ້າ ສູ່ ແຂວງ ຫລວງ ນ້ຳທາ ຊຶ່ງເປັນ ຈຸດ ເຊື່ອມຕໍ່ເຂດ ລາວ-ຈີນ. ຈຸດຕໍ່ເຂດແດນສາມປະເທດບ່ອນນີ້ ເອີ້ນວ່າ, ສາມລ່ຽມຄຳ. ຈາກນີ້ ນ້ຳຂອງ ໄຫລເລິກ ເຂົ້າສູ່ດິນລາວ ຜ່ານ ຫລວງ ພະບາງ ແລ້ວຈິ່ງໄຫລ ເວີ້ງອອກມາເປັນຊາຍແດນລາວ-ໄທ ຕັ້ງແຕ່ເມືອງ ຊະນະ ຄາມ ລົງໄປຮອດແຂວງ ຈຳປາສັກ ແລ້ວ ຕົກ ສູ່ດິນແດນ ກຳປູເຈຍ, ພາກໃຕ້ຫວຽດ ນາມ ແລ້ວຈິ່ງໄຫລ ເຂົ້າ ສູ່ທະເລ. ແມ່ນ້ຳຂອງ ທີ່ໄຫລຜ່ານ ປະເທດລາວ ມີຄວາມຍາວທັງໝົດ 1.865 ກມ. ບາງບ່ອນ ເປັນ ຊາຍ ແດນ ຂອງ ປະເທດ ແລະ ບາງບ່ອນໄຫລຜ່ານກາງ ເຮັດໃຫ້ເຂດແດນ ຂອງ ປະເທດລາວ ມີທັງຢູ່ກ້ຳຊ້າຍ ແລະ ກ້ຳ ຂວາ. ກ່ອນ ຈະຕົກ ເຂົ້າສູ່ດິນ ແດນ ກຳປູເຈຍ, ນ້ຳຂອງ ໄດ້ແຕກພຶງ ແລະ ຕົກເປັນ ແກ້ງໃຫຍ່ເອີ້ນວ່າ: ລີ່ຜີ. ລີ່ຜີ ເປັນ ນ້ຳຕົກຕາດ ທີ່ມີແກ້ງຫີນງົດງາມ ທັງເລິກລັບ ໜ້າເກງຂາມແຫ່ງໜຶ່ງໃນ ອາຊີຕາເວັນອອກ ສ່ຽງ ໃຕ້ ແລະ ເປັນຮົ້ວປ້ອງກັນໂດຍທຳມະຊາດ. ແຕ່ກ່ອນປາໃນນ້ຳຂອງ ມີຄວາມອຸດົມ ສົມບູນຫລາຍ, ມີປາຊະນິດ ຕ່າງໆ ເຖິງ 1.000 ກວ່າຊະນິດ. ປາປຶກ ເປັນປາໜັງໃຫຍ່ທີ່ສຸດໃນແມ່ນ້ຳຂອງ, ແຕ່ ຫລັງໆ ມານີ້ ປາປຶກຕົກຢູ່ ໃນອັນຕະລາຍໃກ້ສູນພັນ, ແຕ່ປະຈຸບັນໄດ້ ມີອົງ ການອະນຸ ລັກແນວປາປຶກ ໄວ້ ແລະ ໂຄງການນີ້ໄດ້ຮັບຄວາມ ສົນໃຈຈາກປະຊາຊົນສອງຝັ່ງລາວ-ໄທ ເພື່ອອະນຸລັກຮັກສາປາ ປຶກ ໄວ້ ໃຫ້ ຄົງຢູ່ຕະ ຫລອດໄປ. ນອກນີ້ຍັງມີປາ ທີ່ຫາຍາກໃນໂລກ ແຕ່ມີໃນແມ່ນ້ຳຂອງ ເຊັ່ນ: ປາຂ່າ ຫລື ປາສະມ່ອຍ, ຊຶ່ງເປັນສັດທີ່ລ້ຽງລູກດ້ວຍນົມ ຕະກຸນ ດຽວກັບ ປາດອນຟິນ ແຫ່ງ ອີຣະວະດີ ຢູ່ໃຕ້ ແກ້ງລີ່ຜີ ລົງໄປບ່ອນ ນ້ຳຂອງ ແຜ່ກວ້າງເປັນວັງໃຫຍ່. ໃນສະໄໝ ຝຣັ່ງ ປົກຄອງລາວ ກໍ່ເຄີຍພະຍາ ຍາມລະເບີດ ແກ້ງ ຫີນ ໃນບໍ ລິເວນນີ້ ເພື່ອໃຫ້ການເດີນເຮືອສະດວກ, ແຕ່ບໍ່ສຳ ເລັດ ຈິ່ງເຮັດຂົວພ້ອມທາງລົດໄຟເຊື່ອມຕໍ່ດອນ ເພື່ອ ເຄື່ອນ ຍ້າຍກຳປັ່ນໄປຕາມທາງລົດໄຟ ອຳນວຍໃຫ້ກຳ ປັ່ນ ທີ່ຂຶ້ນມາ ແຕ່ ທະເລນັ້ນ ສາມາດແລ່ນເຖິງວຽງຈັນ ແລະ ຫລວງພະບາງໄດ້.
ແມ່ນ້ຳຂອງ ແລະ ສາຂາທີ່ເປັນແມ່ນ້ຳລຳເຊ ອີກສິບກວ່າສາຍ ແມ່ນແຫ່ລງຊັບ ພະຍາກອນ ທຳມະຊາດ ທີ່ຫລໍ່ລ້ຽງປະຊາຊົນລາວ ແຕ່ ເໜືອ ຮອດໃຕ້ ແລະ ເປັນເສັ້ນທາຄົມມະນາຄົມອຳນວຍ ຄວາມ ສະ ດວກ ໃຫ້ປະຊາຊົນເຂດຫ່າງໄກສາມາດໄປມາຫາສູ່ກັນໄດ້ຕະຫລອດປີ. ຕາມແມ່ນ້ຳ ຂອງ ມີເກາະ ດອນ ນ້ອຍໃຫຍ່ຢັ່ງຢາຍແຕ່ເໜືອເຖິງໃຕ້, ບ່ອນຫລາຍທີ່ສຸດແມ່ນບໍລິເວນ ໃຕ້ ເມືອງໂຂງ ລົງໄປ. ເກາະດອນ ສ່ວນ ຫລາຍ ຢູ່ ໃນແມ່ນ້ຳຂອງ ແມ່ນກຳມະສິດ ຂອງ ສປປ ລາວ ຕາມ ສັນຍາສະຫຍາມ-ຝຣັ່ງ ສະບັບວັນທີ 13 ກຸມພາ ຄ.ສ. 1903, ໂດຍຖືເອົາຮ່ອງນ້ຳເລິກ ໃນແມ່ ນ້ຳ ຂອງ ເປັນ ເສັ້ນຊາຍແດນ. ດອນໂຂງ ເປັນ ດອນ ໃຫຍ່ກວ່າ ໝູ່ໃນແມ່ ນ້ຳຂອງ ຄື: ກວ້າງ 6 ກມ, ຍາວ 12 ກມ.
ຜິີດປະການໃດຂໍໂທດຂໍອະໄພໄວ້ນາທີນີ້ດວ້ຍ
ไม่มีความคิดเห็น:
แสดงความคิดเห็น